ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ
ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

ຕອນແລງ ວັນທີ 7 ກຸມພາ 2025 ທີ່ຫ້ອງປະຊຸມໂຮງຮຽນ ມສ ສົງແຂວງ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ພຣະອາຈານ ສີແພງ ວົງພະຈິດ ຄະນະບໍລິຫານງານ ອພສ ແຂວງ, ຮອງປະທານ ອພສ ແຂວງ, ຫົວໜ້າ ກຳມາທິການສຶກສາສົງ ແຂວງອຸດົມໄຊ

 


ຕອນແລງ ວັນທີ 7 ກຸມພາ 2025 ທີ່ຫ້ອງປະຊຸມໂຮງຮຽນ ມສ ສົງແຂວງ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ພຣະອາຈານ ສີແພງ ວົງພະຈິດ ຄະນະບໍລິຫານງານ ອພສ ແຂວງ, ຮອງປະທານ ອພສ ແຂວງ, ຫົວໜ້າ ກຳມາທິການສຶກສາສົງ ແຂວງອຸດົມໄຊ, ເຂົ້າຮ່ວມ ມີທ່ານ ນາງ ວຽງຄຳ ມະນີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ມີພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານລັດຖະກອນ ເຂົ້າຮ່ວມ ລວມຜູ້ເຂົ້າຮ່ວມທັງໝົດມີ 21 ທ່ານ ຍິງ 4 ທ່ານ.
ພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າພະແນກ ສຶກສາທິການ ແລະກິລາ ແຂວງອຸດົມໄຊ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ແລະ ຫົວໜ້າໜ່ວຍງານ ຂອງຫ້ອງການກຳມາທິການສຶກສາສົງ ແຂວງອຸດົມໄຊ. ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ຕົກລົງ ແຕ່ງຕັ້ງ ທ່ານ ບຸນທະວີ ລັດຕະນະວົງ ພະນັກງານວິຊາການ ຂຶ້ນເປັນຮອງຫົວໜ້າ ຫ້ອງການກຳມາທິການສຶກສາສົງແຂວງ, ແຕ່ງຕັ້ງທ່ານ ບຸນຮອງ ຫຼ້າສົມແພງ ພະນັກງານວິຊາການ ຂຶ້ນເປັນຫົວໜ້າໜ່ວຍງານຈັດຕັ້ງ ແລະ ພະນັກງານ, ທ່ານ ຄຳແພງ ຈັນທະນາ ພະນັກງານວິຊາການ ຂຶ້ນເປັນຫົວໜ້າໜ່ວຍງານມັດທະຍົມ.
ຍິນດີຕ້ອນຮັບນັກສຶກສາໃຫມ່ ສົກ2023-2024🎉 📣 ນ້ອງໆ ທີ່ຈົບ ມໍ4,​ມໍ7 ສາມາດສະຫມັກເຂົ້າຮຽນໄດ້ເລີຍ ມີຫລາກຫລາຍສາຂາໃຫ້ເລືອກຮຽນ ຮີບມາຮີບມານ້ອງໆ ຮຽນວິຊາຊີບ ມີອາຊີບ ຕິດໂຕຕະຫລອດການ

ແຜນການເຂົ້າຮ່ວມຂອງຜູ້ມີສ່ວນຮ່ວມ (SEP) ສະບັບນີ້ ແມ່ນສໍາາລັບໂຄງການທັກສະບູລິມະສິດ ສໍາລັບການເຕີບໂຕ ຂອງສປປ ລາວ. ຈຸດປະສົງຂອງໂຄງການແມ່ນເພື່ອເພີ້ມ ແລະປັບປຸງການມີທັກສະທີ່ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ ແລະເພື່ອໃຫ້ມີການກ້າວໄປສູ່ການມີວຽກເຮັດຢ່າງປະສົບຜົນສໍາລັບ ຢູ່ ສປປ ລາວ, ແລະໃນກໍລະນີ ຂອງວິກິດການ ຫຼື ເຫດການສຸກເສິນ ທີ່ບັນລຸໄດ້ຕາມເງື່ອນໄຂ, ຈະມີການຕອບໂຕ້ຢ່າງທັນການ ແລະມີປະສິດທິຜົນ. ຂອບເຂດປົກຄຸມຂອງໂຄງການແມ່ນທົ່ວປະເທດ, ຍ້ອນຈຸດສຸມຂອງມັນແມ່ນ ການປະຕິຮູບລະບົບ. ຈະມີການສະໜັບສະໜູນຊ່ວຍເຫຼືອສະຖາບັນສະເພາະແຫ່ງໜຶ່ງ (ສູນຫຼື ໂຮງຮຽນຝຶກອົບຮົມວິຊາຊີບ (TVET), ສູນພັດທະນາທັກສະ (SDCs), ສູນຈັດຫາງານ ແລະອື່ນໆ) ໃນ 17  ແຂວງ ຊຶ່ງມີຈຸດສຸມໃສ່ເມືອງທີ່ທຸກຍາກທີ່ສຸດ, ແຜນ SEP ສະບັບນີ້ ແມ່ນແຜນການຮ່ວມມງານກັບບັນດາຜູ້ມີສ່ວນຮ່ວມໃນວຽກງານໂຕຈິງ ຂອງກິດຈະກໍາພັດທະນາທັກສະ, ແລະບັນດານັກສຶກສາ (ນັກສໍາມະນາກອນ), ຊາວໜູ່ມ ແມ່ນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ຢ່າງມີຄວາມໝາຍ, ຮອບດ້ານ, ແບບມີການປຶກສາຫາລື ແລະເຮັດວຽກຮ່ວມກັນ ຕະຫຼອດຮອບວຽນຂອງໂຄງການ. ແຜນ SEP ແມ່ນຖືກອອກແບບໃຫ້ແທດເໝາະກັບຄຸນລັກສະນະ ແລະຂະໜາດຂອງໂຄງການ ແລະຄວາມສ່ຽງ ແລະຜົນກະທົບ ທີ່ອາດເກີດຂຶ້ນ ຂອງໂຄງການ, ຊຶ່ງອາດເຫຼັກນ້ອຍ ຍ້ອນສ່ວນໃຫ່ຍບໍ່ໄດ້ມີການກິດຈະກໍາການກໍ່ສ້າງ.

ເປັນໄປໄດ້ວ່າ ໂຄງການນີ້ ສ່ວນໃຫ່ຍຈະມີຜົນກະທົບດ້ານບວກ ແລະເປັນການເພີ້ມກາລະໂອກາດໃນການພັດທະນາທັກສະ ແລະການຈ້າງງານ. ຍ້ອນວ່າກິດຈະກໍາຕ່າງໆ ຂອງໂຄງການ ບໍ່ພຽງແຕ່ປັບປຸງດ້ານຄຸນນະພາບ ຂອງທັກສະດ້ານເຕັກນິກ ສໍາລັບໄວໜູ່ມ ແລະ/ຫຼື ຄົນໃນໄວອອກແຮງງານເທົ່ານັ້ນ ແຕ່ຍັງມີການສະໜອງທັກສະ ແລະຄວາມຮູ້ໃຫ້ແກ່ສູນຝຶກອົບຮົມຕ່າງໆ ໃນການສິດສອນ ແລະຄຸ້ມຄອງຢ່າງມີປະສິດທິຜົນ, ປັບປຸງສິ່ງອໍານວຍຄວາມສະດວກຂອງການຝຶກອົບຮົມ, ແລະ ສະໜອງກິດຈະກຳການສົ່ງເສີມການເຮັດທຸລະກິດສ່ວນຕົວ. ເຖິງແນວໃດກໍ່ຕາມ, ອາດມີຄວາມສ່ຽງ ແລະຜົນກະທົບທາງອ້ອມ ເໜື່ອງຈາກໂຄງການສະໜອງໃຫ້ແກ່ວຽກງານທີ່ເປັນລະບົບ ໃນລະບົບຄຸ້ມຄອງການສຶກສາ ແລະຊັບພະຍາກອນມະນຸດແຫ່ງຊາດ. ຄວາມສ່ຽງສ່ວນໃຫ່ຍທີ່ອາດເປັນໄປໄດ້ ຂອງກິດຈະກໍາຂອງໂຄງ ແມ່ນກິດຈະກໍາອາດບໍ່ສາມາດແກ້ໄຂຄວາມບໍ່ສະເໝີພາບດ້ານໂຄງສ້າງ ໃນການຮັບເອົາໄວໜຸ່ມ ແລະສົ່ງເສີມການມີສ່ວນຮ່ວມໄລຍະຍາວ ຂອງຊົນເຜົ່າ ແລະຊຸມຊົນໃນເຂດຫ່າງໄກຊອກຫຼິ້ກ. ຖ້າ ບໍ່ມີການເອົາໃຈໃສ່, ກິດຈະກໍາໂຄງການອາດເບິ່ງຂ້າມການປົກປ້ອງທາງສັງຄົມ ຄວາມສ່ຽງຕ່າງໆ ທີ່ພົວພັນກັບການໃຊ້ຄວາມຮຸນແຮງທາງເພດ ແລະທາງຮ່າງກາຍ ຕໍ່ແມ່ຍິງ ແລະໄວລຸ້ນ. 


Post a Comment (0)
Previous Post Next Post
ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

ຄະນະນຳຫ້ອງການສຶກສາທິການ ແລະກິລາເມືອງໄຊຍະບູລີ

ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

Opening Ceremony Asean Tourism Forum (ATF) 2023