ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ
ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

ຕອນເຊົ້າວັນທີ 3 ຕຸລາ 2024ນີ້ ໂຮງຮຽນມິດຕະພາບ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994 ຫາ 7 ຕຸລາ 2024). ຢູ່ທີ່ເດີນໂຮງຮຽນມິດຕະພາບ ບ້ານ ນາແລ ເມືອງໄຊ ແຂວງອຸດົມໄຊ.



ໂຮງຮຽນມິດຕະພາບ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994 ຫາ 7 ຕຸລາ 2024).
ຕອນເຊົ້າວັນທີ 3 ຕຸລາ 2024ນີ້ ໂຮງຮຽນມິດຕະພາບ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994 ຫາ 7 ຕຸລາ 2024). ຢູ່ທີ່ເດີນໂຮງຮຽນມິດຕະພາບ ບ້ານ ນາແລ ເມືອງໄຊ ແຂວງອຸດົມໄຊ.
ໂດຍການເປັນປະທານຮ່ວມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີທ່ານ ສົມນຶກ ສິດທິລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນເມືອງ, ມີທ່ານ ສົມສັກ ສຸພິໄລ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ຜູ້ອຳນວຍການໂຮງຮຽນ, ຮອງຜູ້ອຳນວຍການໂຮງຮຽນ, ຜູ້ປະກອບການກິດຈະການໂຮງຮຽນມິດຕະພາບ, ແຂກເຊີນ, ຄູອາຈານ, ນ້ອງນ້ອຍນັກຮຽນ ແລະ ຜູ້ປົກຄອງພໍ່ແມ່ນັກຮຽນເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກນ້ອງນັກ ແລະ ການສະແດງຂອງອາຈານເຊິ່ງປະກອບມີການຟ້ອນບົດເພງວັນສຳຄັນຂອງຄູ, ສະແດງສິລະປະວັດທະນະທຳແບບປະສົມປະສານຂອງຈີນ, ຈາກນັ້ນ, ທ່ານ ນາງ ຈັນເພັງ ດວງພະຈັນ ຮອງຜູ້ອຳນວຍການໂຮງຮຽນມິດຕະພາບ ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ກໍຄືປະຫວັດຂອງນາຍຄູຄຳ ໂດຍຍົກໃຫ້ເຫັນມູນເຊື້ອ, ຄວາມໝາຍ ແລະ ຄວາມສໍາຄັນການໂຕບໃຫຍ່ຂະຫຍາຍຕົວ ແລະ ການກໍາເນີດຂອງຄໍາວ່າຄູ ເພື່ອໃຫ້ລູກຫຼານຄົນຮຸ່ນໃໝ່ລະນຶກເຖິງຄຸນງມຄວາມດີ ແລະ ລະນຶກເຖິງວັນປະຫວັດສາດ ເພື່ອສຶບຕໍ່ຮັກສາມູນເຊື້ອ, ສຶບທອດກັນຕໍ່ໆໄປ.
ໃນປີ 1905 ທົ່ວປະເທດລາວມີໂຮງຮຽນພຽງແຕ່ 2 ແຫ່ງຄື: ຢູ່ແຂວງ ຫຼວງພະບາງ ແລະ ວຽງຈັນ ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ,​ໃນຈຳນວນດັ່ງກ່າວມີຄົນລາວ ຊື່ທ້າວຄຳ ໄດ້ຮຽນຈົບຫ້ອງທີ 1 (ປໍ 6) ໃນປີ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມອົບຮົມຄູ ເຊິ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດ ຂອງຊາດລາວ ທີ່ໄດ້ຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ເລີມເປັນຄູສອນ, ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ເຫັນອິດທິພົນຂອງພຣະສົງໃນວຽກງານການສຶກສາພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງຂວາງອອກກວ່າເກົ່າດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ ເຊິ່ງປະກອບມີພຣະສົງ 50 ກວ່າອົງໄດ້ເຂົ້າຮຽນ ທ້າວ ຄຳ ກໍເປັນຄູສອນຢູ່ໃນໂຮງຮຽນແຫ່ງນັ້ນ ຍ້ອນຈິດໃຈຮັກຊາດ ຂອງນາຍຄູຄຳ, ຄວາມຮັກຊາດລາວ ບໍ່ໃຫ້ຊາດລາວເຊື່ອມເສຍເປັນຊາດຝຣັ່ງ ນັບແຕ່ນັ້ນມາຈຶ່ງໄດ້ຂະຫຍາຍໂຮງຮຽນ ແລະ ສຶບທອດກັນມາຈົນເຖິງປະຈຸບັນ ແລະ ໃນພິທີຍັງໄດ້ຜ່ານບົດລາຍງານຫຍໍ້ສະພາບລວມຂອງໂຮງຮຽນ ໂຮງຮຽນມິດຕະພາບຕັ້ງຢູ່ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ ໄດ້ຮັບອະນຸຍາດສ້າງຕັ້ງໂຮງຮຽນຈາກກະຊວງສຶກສາທິການ ແລະ ກິລາ ໃນປີ 2013 ໂດຍມີ 3 ຊັ້ນຮຽນຄື: ຊັ້ນອະນຸບານສຶກສາ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ໂຮງຮຽນໄດ້ຈັດການຮຽນ-ການສອນຕາມຫຼັກສູດແຫ່ງຊາດ ທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດອອກ ການຈັດການຮຽນການສອນຫຼັກສູດພາສາຕ່າງປະເທດ ໄດ້ຖືເອົາພາສາອັງກິດ ແລະ ພາສາຈີນ ເປັນຫຼັກ ເລີມແຕ່ຫ້ອງປໍ 3 ຫາ ມໍ7 ໃນສົກຮຽນ 2024-2025 ຈຳນວນຫ້ອງຮຽນທັງໝົດມີ 38 ຫ້ອງ, ມີນັກຮຽນທັງໝົດ 1,587 ນ້ອງ, ຍິງ 708 ນ້ອງ, ມີລົດຮັບ-ສົ່ງນັກຮຽນ 5 ຄັນ, ມີຄູອາຈານທັງໝົດ 69 ທ່ານ, ຍິງ 44 ທ່ານ, ຄູລາວ 53 ທ່ານ, ຍິງ 36 ທ່ານ, ຄູຈີນ 18 ທ່ານ, ຍິງ 16 ທ່ານ.
ໃນພິທີ, ຍັງໄດ້ຮັບຟັງການອ່ານບົດອວຍພອນຄູຈາກນັກຮຽນ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍຜົນງານດີເດັ່ນຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຂອງພະແນກສຶກສາທິການ ແລະ ກິລາ ແຂວງ, ຂແງທ່ານ ເຈົ້າເມືອງ ແລະ ຂອງທ່ານເຈົ້າແຂວງໃຫ້ແກ່ຄູອາຈານຕາມລຳດັບພ້ອມທັງມອບທຶນການສຶກສາປະຈຳປີໃຫ້ແກ່ນັກຮຽນທີ່ດອຍໂອກາດອີກຈຳນວນໜຶ່ງ ແລະ ມອບລາງວັນການແຂ່ງຂັນກິລາບານເຕະຊາຍ-ຍິງ ຊີງຂັນ ຜູ້ນວຍການໂຮງຮຽນມິດຕະພາບຕື່ມອີກ.
ຕອນທ້າຍພິທີທ່ານ ບຸນຄົງ ຫຼ້າຈຽນພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ຂຶ້ນໂອ້ລົມຕໍ່ຄູອາຈານ ແລະ ນ້ອງໆນັກຮຽນ ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບອີກວາລະໜຶ່ງ ເຊິ່ງທ່ານໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຜູ້ປະກອບກິດຈະການ, ຜູ້ອໍານວຍການໂຮງຮຽນ, ຄູອາຈານທີ່ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານການສຶກສາການຮຽນການສອນ ແລະ ໃຫ້ທຶນແກ່ເດັກນ້ອຍນັກຮຽນທີ່ດອຍໂອກາດໄດ້ເຂົ້າມາຮຽນ ແລະ ໃນໂອກາດວັນທີ 7 ຕຸລາ ຄົບຮອບ 30 ປີ ທ່ານໄດ້ອວຍພອນໄຊອັນປະເສີດຈົ່ງເກີດແດ່ນາຍຄູທຸກຄົນຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ພ້ອມທັງສຶບຕໍ່ຮັກສາມູນເຊື້ອອັນດີງານຂອງຄນາຍຄູຄຳ ກໍຄືຄູລາວທັງຊາດ ແລະ ພາຍຫຼັງສຳເລັດພິທີທ່ານ ເຈົ້າແຂວງອຸດົມໄຊພ້ອມດ້ວຍຄະນະຍັງໄດ້ລົງສຳຫຼວດກວດກາ ຢູ່ແຕ່ລະຈຸດຂອງໂຮງຮຽນເພື່ອຮັບຊົມການກໍ່ສ້າງ ແລະ ລະບົບການຮຽນ-ການສອນຕື່ມອີກ.


Post a Comment (0)
Previous Post Next Post
ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

ຄະນະນຳຫ້ອງການສຶກສາທິການ ແລະກິລາເມືອງໄຊຍະບູລີ

ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

Opening Ceremony Asean Tourism Forum (ATF) 2023