ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ
ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

ກອງປະຊຸມ ຖອດຖອນບົດຮຽນຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງອຸດົມໄຊ ຄັ້ງທີ 7. ຕອນເຊົ້າຂອງວັນທີ 25 ທັນວາ 2024ນີ້ຢູ່ທີ່ສະໂມສອນເມືອງໄຊ ແຂວງອຸດົມໄຊ.ຈັດກອງປະຊຸມ ຖອດຖອນບົດຮຽນຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງອຸດົມໄຊ ຄັ້ງທີ 7


      
   ກອງປະຊຸມ ຖອດຖອນບົດຮຽນຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງອຸດົມໄຊ ຄັ້ງທີ 7.
ຕອນເຊົ້າຂອງວັນທີ 25 ທັນວາ 2024ນີ້ຢູ່ທີ່ສະໂມສອນເມືອງໄຊ ແຂວງອຸດົມໄຊ.ຈັດກອງປະຊຸມ ຖອດຖອນບົດຮຽນຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງອຸດົມໄຊ ຄັ້ງທີ 7 ໂດຍຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເປັນເຈົ້າພາບ, ພາຍໃຕ້ການເປັນປະທານ ແລະ ໃຫ້ການຕ້ອນຮັບຂອງທ່ານ ທອງພັນ ເຊຍເຢລີ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ, ມີທ່ານ ສົມນຶກ ສິດທິລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນເມືອງ, ມີທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ເມືອງ, ມີເມືອງໄຊ, ເມືອງປາກແບງ, ເມືອງຮຸນ, ເມືອງແບງ, ເມືອງງາ, ເມືອງນາໝໍ້ ແລະ ເມືອງຫລາ, ມີຜູ້ບໍລິຫານການສຶກສາ ແລະ ກິລາໃນທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ທາງຄະນະຈັດຕັ້ງໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ແລະ ສະພາບລວມຂອງເມືອງໄຊ ແລະ ທິດທາງແຜນການໃນຕໍ່ໜ້າ. ທົ່ວເມືອງໄຊ ມີໂຮງຮຽນ ທັງໝົດ 161 ແຫ່ງ: ໃນນີ້ ມີໂຮງຮຽນລ້ຽງເດັກ-ອະນຸບານ-ຫ້ອງກຽມປະຖົມ 42 ແຫ່ງ, ໂຮງຮຽນປະຖົມສົມບູນ 83 ແຫ່ງ; ມູນລະປະຖົມ 12 ແຫ່ງ ;ມັດທະຍົມຕົ້ນ 6 ແຫ່ງ, ມັດທະຍົມປາຍ 18 ແຫ່ງ. ມີ 853 ຫ້ອງ, ມີນັກຮຽນ 22,355 ຄົນ, ຍິງ 10,694 ຄົນ; ມີຄູສອນທັງໝົດ 1,404 ຄົນ, ຍິງ 773 ຄົນ ການສິດສອນແມ່ນໄດ້ສອນຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ໃນກອງປະຊຸມຜູ້ແທນແຕ່ລະເມືອງໄດ້ປະກອບຄຳຄິດຄຳເຫັນແລກປ່ຽນ, ເຈາະຈີ້ມຫຼາຍບັນຫາກ່ຽວກັບການຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາ ຂອງຜູ້ບໍລິຫານການສຶກສາ ແລະ ກິລາ ເມືອງໄຊ ເພື່ອນຳໄປແກ້ໄຂ ແລະ ເອົາບົດຮຽນໄປຜັນຂະຫຍາຍຈັດຕັ້ງປະຕີບັດຂອງຂະແໜງສຶກສາຂັ້ນແຂວງ ລົງສູ່ຂັ້ນເມືອງ ແລະ ທ້ອງຖິ່ນ
        ຈຸດປະສົງການຈັດກອງປະຊຸມຖອດຖອນບົດຮຽນຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງອຸດົມໄຊ ໃນຄັ້ງນີ້ເພື່ອເປັນການຍົກສູງບົດບາດ, ຄຸນນະພາບ ແລະ ແລກປ່ຽນບົດຮຽນ ເພື່ອນຳໄປແກ້ໄຂໃຫ້ມີບາດກ້າວອັນໃໝ່.
All reactions:
13
ວັນທີ 25 ກຸມພາ 2025 ນີ້. ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກເມືອງ ຄັ້ງທີ VI ຮອບທີ I ຂື້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ. ໂດຍການເຂົ້າຮ່ວມຂອງສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເງິນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກສຳນັກງານອົງການ, ກົມກອງ-ຫ້ອງການ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ ປກສ ກຸ່ມບ້ານ, ພະນັກງານອາວຸໂສບຳນານ, ຄະນະຮັບຜິດຊອບຂັ້ນແຂວງ, ພະນັກງານຫຼັກແຫຼ່ງ ແລະ ເລຂາໜ່ວຍພັກຮາກຖານບ້ານໃນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ທະວີສັກ ໄຊຍະວົງ ກໍ່ໄດ້ຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 1 ປີຜ່ານມາ ແລະ ການກະກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ບາງຕອນສະຫາຍໄດ້ໃຫ້ຮູ້ວ່າ: ທົ່ວອົງຄະນະພັກເມືອງ ປະກອບມີທັງໝົດ 3 ຄະນະພັກຮາກຖານ, ມີ 65 ໜ່ວຍພັກ,ມີສະມາຊິກພັກທັງໝົດ 1.080 ສະຫາຍ, ຍິງ 301 ສະຫາຍ. ໃນນີ້, ໜ່ວຍພັກຮາກຖານບ້ານ 22 ໜ່ວຍພັກ, ໜ່ວຍພັກສໍານັກງານ-ອົງການ 24 ໜ່ວຍພັກ, ໜ່ວຍພັກກຳລັງປະກອບອາວຸດ ປກຊ-ປກສ 7 ໜ່ວຍພັກ, ໂຮງຮຽນ 10 ໜ່ວຍພັກ ແລະ ໂຮງໝໍ 2 ໜ່ວຍພັກ.
ຜ່ານການນໍາພາກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຢູ່ຂັ້ນຮາກຖານພັກ ຢູ່ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານໃນທົ່ວເມືອງ ມາຮອດປັດຈຸບັນທົ່ວອົງຄະນະພັກເມືອງ ມີ 3 ຄະນະພັກຮາກຖານ, ມີ 62 ໜ່ວຍພັກ (ຍຸບ 4 ໜ່ວຍພັກ, ສ້າງຕັ້ງໃໝ່ 1 ໜ່ວຍພັກ), ສໍາເລັດການດໍາເນີນກອງປະຊຸມໃຫຍ່ 3 ຄະນະພັກຮາກຖານໄດ້ປະເພດແຂງ 3 ຄະນະພັກຮາກຖານ ເທົ່າກັບ 100%; ໜ່ວຍພັກ 65 ໜ່ວຍພັກ, ໄດ້ປະເພດປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 56 ໜ່ວຍ ເທົ່າກັບ 86,15% ລື່ນຄາດໝາຍ 6,15 %; ໜ່ວຍພັກກາງ 9 ໜ່ວຍພັກ ເທົ່າກັບ 13,84%. ສະມາຊິກພັກມີທັງໝົດ 1.080 ສະຫາຍ, ຍິງ 301 ໄດ້ (ຕີລາຄາແບ່ງ ປະເພດສະມາຊິກພັກ 1,050 ສະຫາຍ, ຍິງ 295, ປະເພດແຂງ 948 ສະຫາຍ, ຍິງ 274 ສະຫາຍ; ປະເພດກາງ 58 ສະຫາຍ, ຍິງ 13 ສະຫາຍ; ປະເພດອ່ອນ 1 ສະຫາຍ, ຍິງ 1 ສະຫາຍ; ບໍ່ແບ່ງ 43 ສະຫາຍ, ຍິງ 7 ສະຫາຍ ສໍາລັບການກະກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງມາຮອດປະຈຸບັນໄດ້ສໍາເລັດໂດຍພື້ນຖານ.
        ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 324 ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ-ປກສແຂວງ ຄະນະພັກຮາກຖານສຳນັກງານ ອົງການອ້ອມຂ້າງແຂວງ, ເມືອງ ແລະ ບ້ານ, ຜ່ານແຜນດຳເນີນງານຂອງຄະນະປະຈຳພັກແຂວງ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຮາກຖານພັກ ສຳນັກງານ ອົງການ, ກົມກອງ ອ້ອມຂ້າງເມືອງ, ແຂວງ ແລະ ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ອົງຄະນະພັກແຂວງ ແລະ ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ອອກຮັບສະໝັກເຂົ້າໃນຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ແນະນຳວິທີການທາບທາມຄຳເຫັນສົ່ງຂ່າວຕໍ່ການນຳພາລວມຂອງຄະນະບໍລິຫານງານພັກເມືອງເງິນ ສະໄໝທີ V, ພ້ອມທັງແນະນໍາວິທີການທາບທາມ ແລະ ດໍາເນີນການທາບທາມ ຄະນະບໍລິຫານງານພັກເມືອງ ຮອບທີ I, ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.






ມູມສູງ ເມືອງເງິນ ແຂວງໄຊຍະບູລີ ປະເທດລາວ Ngeng district, Xayaboury, Laos








Post a Comment (0)
Previous Post Next Post
ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

ຄະນະນຳຫ້ອງການສຶກສາທິການ ແລະກິລາເມືອງໄຊຍະບູລີ

ຫ້ອງການສຶກສາທິການ ແລະກິລາເມືອງແປກ,ແຂວງຊຽງຂວາງ

Opening Ceremony Asean Tourism Forum (ATF) 2023